
About Us
More Than Just a Store — We’re Jova.
ພວກເຮົາບໍ່ແມ່ນພຽງແຕ່ຮ້ານຄ້າອອນລາຍ ແຕ່ແມ່ນຄູ່ຮ່ວມທາງແຫ່ງແຟຊັ່ນ ທີ່ເຊື່ອມໂຍງທຸກຄວາມຕ້ອງການຂອງທ່ານເຂົ້າກັບໂລກແຫ່ງແຟຊັ່ນ ແລະ ໄລຟ໌ສະໄຕລ໌ທີ່ທັນສະໄໝ ດ້ວຍພະລັງບັນດານໃຈຈາກດາວຢູເຣນັດ — ດາວທີ່ເປັນ ເອກະລັກ, ຄວາມຄິດສ້າງສັນ ແລະ ການກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.
ສຳຫຼວດສິນຄ້າຂອງເຮົາOur Story
ຈຸດເລີ່ມຕົ້ນຂອງເຮົາ
ຈາກຄວາມຫຼົງໄຫຼໃນແຟຊັ່ນ ສູ່ອະນາຄົດທີ່ດີກວ່າ
Jova ເກີດຂຶ້ນຈາກຄວາມຕັ້ງໃຈອັນຍາວນານທີ່ຢາກສ້າງພື້ນທີ່ຊື້ຂາຍ ອອນລາຍທີ່ຄົນຮຸ່ນໃໝ່ໄວ້ວາງໃຈໄດ້ — ບ່ອນທີ່ຮັບປະກັນຄຸນນະພາບສິນຄ້າ, ຄວາມວ່ອງໄວ ແລະ ປະສົບການທີ່ດີໃນທຸກການສັ່ງຊື້. ພວກເຮົາຕິດຕາມ ຄວາມກ້າວໜ້າຂອງໂລກດິຈິຕອນຢ່າງໃກ້ຊິດ ເພື່ອໃຫ້ທ່ານເລືອກຊື້ສິນຄ້າ ໄດ້ໄວ ແລະ ງ່າຍຂຶ້ນທຸກມື້ — ບໍ່ພຽງແຕ່ “ສິນຄ້າ” ແຕ່ແມ່ນ “ການເດີນທາງສູ່ໄລຟ໌ສະໄຕລ໌ທີ່ດີກວ່າ”
Jova
Dream / Style / Future

New Style
New Planet
Same You
Our Values
ສິ່ງທີ່ເຮົາຍຶດໝັ້ນ
ທຸກການຕັດສິນໃຈຂອງເຮົາຍຶດໝັ້ນຢູ່ກັບຄຸນຄ່າ 4 ຂໍ້ນີ້ ເພື່ອໃຫ້ທ່ານ ໝັ້ນໃຈໄດ້ວ່າ Jova ຄືອີກຫຼາຍກວ່າຮ້ານຄ້າອອນລາຍ
ຄຸນນະພາບລະດັບພຣີເມຍມ
ຄັດສັນສິນຄ້າຈາກແບຣນທີ່ໜ້າເຊື່ອຖື ແລະ ກວດສອບຄຸນນະພາບທຸກຊິ້ນກ່ອນສົ່ງເຖິງມື້ທ່ານ
ນະວັດຕະກຳ ແລະ ອະນາຄົດ
ພັດທະນາລະບົບ ແລະ ນຳໃຊ້ເທັກໂນໂລຢີໃໝ່ຢູ່ສະເໝີ ເພື່ອປະສົບການຊື້ເຄື່ອງທີ່ໄວ ແລະ ງ່າຍຂຶ້ນ
ລູກຄ້າຄືຄວາມສຳຄັນອັນດັບໜຶ່ງ
ພ້ອມດູແລ ແລະ ໃຫ້ບໍລິການລູກຄ້າຢ່າງໃກ້ຊິດໃນທຸກຂັ້ນຕອນ ກ່ອນ-ລະຫວ່າງ-ຫຼັງການສັ່ງຊື້
ເພື່ອໂລກທີ່ດີກວ່າ
ເລືອກສັນສິນຄ້າ ແລະ ບັນຈຸພັນທີ່ເປັນມິດຕໍ່ສິ່ງແວດລ້ອມທຸກເທົ່າທີ່ເປັນໄປໄດ້
Our Team
ທີມງານຂອງເຮົາ
ພວກເຮົາເປັນກຸ່ມຄົນຮຸ່ນໃໝ່ທີ່ມີຄວາມຫຼົງໄຫຼໃນເທັກໂນໂລຊີ, ການອອກແບບ ແລະ ການໃຫ້ບໍລິການທີ່ດີທີ່ສຸດແກ່ລູກຄ້າທຸກຄົນ

Phasouk Louangchalern
Founder & CEO
Our Journey
ຕົວເລກທີ່ສະທ້ອນຄວາມມຸ່ງໝັ້ນ
10K+
ລູກຄ້າທີ່ໄວ້ວາງໃຈ
50+
ແບຣນພຣີເມຍມ
99%
ຄວາມພໍໃຈຂອງລູກຄ້າ
24/7
ພ້ອມໃຫ້ບໍລິການ
Join Our Universe
ຕິດຕາມຂ່າວສານ ໂປຣໂມຊັ່ນ ແລະ ຄໍເລັກຊັ່ນໃໝ່ໆ ກ່ອນໃຜ